digitalweek-logodev-tour-laos-logo

ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025)

ເພື່ອຈັດຕັ້ງຜັນຂະຫຍາຍສູ້ຊົນ, ຍຸດທະສາດ ແລະ ວິໄສທັດ ທີ່ກຳນົດໄວ້ໃຫ້ປາກົດຜົນເປັນຈິງຈຶ່ງໄດ້ສ້າງແຜນພັດທະນາເສກຖະກິດດິຈີຕອນ ແຫ່ງຊາດ ໄລຍະ 5 ປີ

2021-2022

ເນັ້ນວາງຮາກຖານກົດໝາຍ ໂຄ້ງສ້າງພື້ນຖານ ແລະ ການເຊື່ອມຕໍ່

2022-2023

ເນັ້ນພັດທະນາລະບົບດິຈີຕອນ ແລະ ຊັບພະຍາກອນມະນຸດ

2023-2024

ປະຍຸກໃຊ້ເທັກໂນໂລຍີໃນພາກເສດຖະກິດ

2024-2025

ເສີມການສ້າງຄວາມໜັ່ນຄົງ ແລະ ຄວາມຍັ່ງຍືນດ້ານດິຈີຕອນ

ເພື່ອຈັດຕັ້ງປະຕິບັດຜັນຂະຫຍາຍຄາດໝາຍສູ້ຊົນ,ຍຸດທະສາດ ແລະ ວິໄສທັດ ທີ່ໄດ້ກຳນົດໄວ້ນັ້ນ ປະກົດຜົນເປັນຈິງ ຈຶ່ງໄດ້ສ້າງແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ເຊິ່ງປະກອບມີ 14 ແຜນງານ

ແຜນງານ 1

ສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກຳ

  1. ສ້າງ ແລະ ປັບປຸງກົດໝາຍ ແລະ ກົດລະບຽບ ໃຫ້ຮັດກຸມ, ພຽບພ້ອມ ແລະ ທັນການປ່ຽນແປງແຕ່ລະໄລຍະ ແນ່ໃສ່ຮັບປະກັນການຄ້ມຄອງຜົນປະໂຫຍດຂອງພັກ-ລັດ ຜົນປະໂຫຍດ ແລະ ສິດຂອງຜູ້ປະກອບການ ແລະ ຜູ້ຊົມໃຊ້ເປັນຕົ້ນແມ່ນກົດໝາຍກ່ຽວກັບໄອຊີທີ, ການຊຳລະການທຸລະກຳ, ການຄ້າ, ການປົກປ້ອງທາງເອເລັກໂຕຣນິກ ແລະ ຊັບພະຍາກອນໄອຊີທີ
  2. ສ້າງນະໂຍບາຍເພື່ອຊຸກຍູ້ການນຳໃຊ້ທຸກບໍລິການໃນການຫັນເປັນດິຈິຕອນ ເພື່ອໃຫ້ທຸກພາກສ່ວນຮ່ວມມືໃນຂະບວນການດັ່ງກ່າວນີ້ຢ່າງຟົດຟື້ນ ແລະ ເປັນຂະບວນການ. ພ້ອມດຽວກັນນັ້ນການສ້າງນະໂຍບາຍອຳນວຍຄວາມສະດວກໃຫ້ແກ່ພາກສ່ວນເອກະຊົນ ໃນການລົງທຶນໃສ່ວຽກງານໄອຊີທີຂອງຂະແໜງການຕ່າງໆຈະຊ່ວຍກະຕຸ້ນການຫັ້ນເປັນດິຈີຕອນເປັນວົງກວ້າງເປັນຕົ້ນແມ່ນນະໂຍບາຍແຫ່ງຊາດດ້ານໄອຊີທີ, ນະໂຍບາຍແຫ່ງຊາດດ້ານອິນເຕີເນັດຄວາມໄວສູງ ແລະ ນະໂຍບາຍດ້ານຄວາມປອດໄພທາງດ້ານໄຊເບີ

ແຜນງານ 2

ປັບປຸງແລະຂະຫຍາຍໂຄງລ່າງພື້ນຖານ

  1. ປັບປຸງແລະຂະຫຍາຍໂຄງລ່າງພື້ນຖານລະບົບສາຍໃຫຍ່ແກ້ວນຳແສງແລະລະບົບສື່ສານອິນເຕີເນັດຄວາມໄວສູງແບບມີສາຍແລະບໍ່ມີສາຍ 5g ໄປສູ່ບັນດາໝູ່ບ້ານຕິດພັນກັບວຽກງານສາມສ້າງ
  2. ສະໜັບສະໜູນການນຳໃຊ້ຊັບພະຍາກອນໂຄງລ່າງພື້ນຖານດິຈິຕອນຢ່າງມີປະສິດທິພາບເປັນຕົ້ນແມ່ນການນຳໃຊ້ສາຍສົ່ງ, ສົ່ງສັນຍານໂທລະຄົມມະນາຄົມຮ່ວມກັນ, สร้างให้ບໍລິສັດຜູ້ສະໜອງໂຄງລ່າງພື້ນຖານໂທລະຄົມມະນາຄົມ
  3. ປັບປຸງວິສາຫະກິດໂທລະຄົມມະນາຄົມແລະຜູ້ໃຫ້ບໍລິການອິນເຕີເນັດສອດຄ່ອງກັບສະຖານະການແລະຄວາມກ້າວໜ້າຂອງອຸດສາຫະກຳດິຈິຕອນ
  4. ນຳໃຊ້ກອງທຶນພັດທະນາໂທລະຄົມມະນາຄົມ ແລະການຫັນເປັນ digital ເພື່ອຂະຫຍາຍການບໍລິການໂທລະຄົມມະນາຄົມແລະອິນເຕີເນັດເຂົ້າສູ່ເຂດສາມສ້າງ, ເຂດພູດອຍແລະເຂດຫ່າງໄກສອກຫຼີກເພື່ອໃ້ຫປະຊາຊົນໃນເຂດດັ່ງກ່າວສາມາດຊົມໃຊ້ໂທລະຄົມມະນາຄົມແລະອິນເຕີເນັດໄດ້.

ແຜນງານ 3

ການສ້າງການເຊື່ອມໂຍງເຊື່ອມຈອດ

  1. ສ້າງເງື່ອນໄຂໃຫ້ ສປປ ລາວກາຍເປັນສູນກາງທາງຜ່ານດ້ານດິຈິຕອນໃນອະນຸພາກພື້ນ ເປັນຈຸດສະຫນອງການແລກປ່ຽນຂໍ້ມູນລະຫວ່າງສປຈີນແລະບັນດາປະເທດສະມາຊິກອາຊຽນທີ່ນອນຢູ່ໃນເສັ້ນທາງສາຍໄໝວິຈິຕອນເຊິ່ງຕັ້ງຢູ່ພາກເໜືອ, ພາກກາງແລະພາກໃຕ້ພ້ອມທັງເປັນຈຸດເຊື່ອມຕໍ່ລະຫວ່າງບັນດາປະເທດອ້ອມຂ້າງ
  2. ສ້າງໂຄງລ່າງພື້ນຖານໂຄງຂ່າຍຄວາມໄວສູງເພື່ອເຊື່ອມຕໍ່ລະຫວ່າງສູນທີ່ຢູ່ພາກເໜືອພາກກາງແລະພາກໃຕ້ຂອງສປປລາວເຊື່ອມຕໍ່ລະຫວ່າງສປຈີນແລະບັນດາປະເທດສະມາຊິກອາຊຽນ ເພື່ອຜັນຂະຫຍາຍຂໍລິເລີ່ມ ຫນຶ່ງແລ້ວຫນຶ່ງເສັ້ນທາງ

ແຜນງານ 4

ສ້າງລັດຖະບານດິຈິຕອນ

  1. ຮັບປະກັນໃຫ້ມີລະບົບບໍລິຫານລັດທັນສະໄໝແບບດິຈິຕອນແຕ່ສູນກາງຈົນຮອດທ້ອງຖິ່ນເປັນຕົ້ນແມ່ນລະບົບປະຕູຂໍ້ມູນຂ່າວສານທາງເອເລັກໂຕນິກ, ລະບົບກອງປະຊຸມທາງໄກ, ລະບົບຈົດໝາຍເອເລັກໂຕນິກ, ລະບົບສົນທະນາ, ລະບົບຄຸ້ມຄອງທີ່ດິນແບບດິຈິຕອນແລະອື່ນໆທີ່ຈຳເປັນ
  2. ສ້າງບັນດາໂຄງລ່າງທີ່ຈຳເປັນສຳລັບຮັບປະກັນໃຫ້ແກ່ການຫັນເປັນລັດຖະບານສະໄໝ
  3. ເຮັດໃຫ້ການພັດທະນາຫັນເປັນດິຈິຕອນຂອງລັດມີການສູນລວມໄປໃນທິດທາງດຽວກັນ
  4. ສ້າງໃຫ້ບັນດາພະນັກງານ-ລັດຖະກອນມີຄວາມຮູ້ຄວາມສາມາດພຽງພໍໃນການນຳໃຊ້ເຄື່ອງມືເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ
  5. ສ້າງນະໂຍບາຍແລະກົນໄກການຮ່ວມມືລັດ-ເອກະຊົນໃນການສ້າງແລະບໍລິຫານລະບົບລັດຖະບານດິຈິຕອນ

ແຜນງານ 5

ສ້າງລະບົບຊຳລະດ້ວຍເຕັກໂນໂລຊີດິຈິຕອນ

  1. ຫຼຸດຜ່ອນການນຳໃຊ້ແຊັກຫຼືເງິນສົດຫັນໄປນຳໃຊ້ເຄື່ອງມືເອເລັກໂຕນິກເທື່ອລະກ້າວ
  2. ສ້າງລະບົບນິເວດຊຳລະດິຈິຕອນ ໃຫ້ສົມບູນຂຶ້ນເພື່ອກ້າວໄປສູ່ການຊຳລະເງິນດິຈິຕອນທົ່ວປະເທດ
  3. ສ້າງລະບົບການນຳໃຊ້ຂ້າມແດນໃຫ້ມີຫຼາກຫຼາຍຊ່ອງທາງ
  4. ນຳໃຊ້ແລະວັດຕະກຳເຂົ້າໃນວຽກງານການຊຳລະດ້ວຍຄວາມປອດໄພ
  5. ນຳໃຊ້ຂໍ້ມູນຈາກລະບົບຊຳລະເຂົ້າໃນການຄົ້ນຄວ້ານະໂຍບາຍແລະຄຸ້ມຄອງການປະຕິບັດນະໂຍບາຍມະຫາພາກເປັນຕົ້ນແມ່ນນະໂຍບາຍເງິນຕາ, ນະໂຍບາຍສະຫວັດດີການສັງຄົມ, ນະໂຍບາຍການເງິນ ໃນໄລຍະ 5 ປີຕໍ່ມາ ແລະ ໃນໄລຍະຍາວ
  6. ພັດທະນາການຄຸ້ມຄອງລະບົບການຊຳລະດິຈິຕອນໃຫ້ເຂັ້ມແຂງ ແລະ ມີບຸກຄະລາກອນທີ່ມີຄຸນນະພາບ
  7. ຍົກລະດັບໂຄງລ່າງພື້ນຖານໃຫ້ດີຂຶ້ນເພື່ອຮອງຮັບລະບົບການຊຳລະທີ່ສຳຄັນແລະລະບົບການຊຳລະທຸລະກຳຍ່ອຍ, ການຊຳລະ (ໂອເງິນ) ຂ້າມແດນທີ່ມີຄວາມຫຼາກຫຼາຍຊ່ອງທາງ; ຄວາມປອດໄພທາງໄຊເບີ ແລະມາດຕະຖານຂອງລະບົບການຊຳລະແລະການບໍລິການຊຳລະສ້າງລະບົບຖານແບ່ງປັນຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງມີລະບົບຖານທີ່ສາມາດແບ່ງປັນຂໍ້ມູນການຊຳລະຜ່ານລະບົບຖານທີ່ສາມາດເຊື່ອມໃຊ້ຮ່ວມກັນໄດ້ທາງພາກລັດພາກທຸລະກິດແລະປະຊາຊົນ
  8. ສົ່ງເສີມໃຫ້ມີການທົດລອງແລະນຳໃຊ້ວັດນະຕະກຳດ້ວຍການອຳນວຍຄວາມສະດວກໃຫ້ຜູ້ທີ່ມີບໍລິການຊຳລະທີ່ຫຼາກຫຼາຍທະນາຄານທຸລະກິດສະຖາບັນການເງິນທີ່ບໍ່ແມ່ນທະນາຄານແລະນິຕິບຸກຄົນທີ່ເປັນບໍລິສັດເຕັກໂນໂລຊີດ້ານການເງິນ
  9. ພັດທະນາການເກັບລາຍຮັບ ແລະ ການເບີກຈ່າຍງົບປະມານຂອງພາກລັດໃຫ້ເປັນທັນສະໄໝແລະເຊື່ອມຕໍ່ລະບົບທະນາຄານທີ່ສົມບູນທີ່ສຸດໃນປີ 2025
  10. ຜູ້ໃຊ້ບໍລິການຊຳລະຫຼືຜູ້ຊົມໃຊ້ທາງດ້ານການເງິນບໍ່ວ່າຈະເປັນພາກລັດພາກທຸລະກິດຫຼືປະຊາຊົນເຂົ້າເຖິງການບໍລິການໄດ້ສະດວກໂດຍໄດ້ຮັບຄວາມຮູ້ທາງດ້ານການເງິນແລະການປົກປ້ອງຜູ້ບໍລິໂພກພາກສ່ວນທີ່ກ່ຽວຂ້ອງ
  11. ສຶກສາຄວາມເປັນໄປໄດ້ໂຄງການພັດທະນາເງິນດິຈິຕອນຂອງທະນາຄານແຫ່ງສປປລາວ

ແຜນງານ 6

ການພັດທະນາຊັບພະຍາກອນມະນຸດາທງດ້ານດິຈິຕອນ

  1. ພັດທະນາຂອບເຂດແນວຄວາມຄິດສຳລັບທັກສະດິດຕິຕອນແຕ່ລະປະເພດໃຫ້ເປັນມາດຕະຖານລວມເພື່ອໃຊ້ເປັນບັນທັດຖານລະຫວ່າງນາຍຈ້າງ ຜູ້ທີ່ຕ້ອງພັດທະນາທັກສະແລະສະຖາບັນທີ່ເຮັດໜ້າທີ່ການຝຶກອົບຮົມ
  2. ສົ່ງເສີມໃຫ້ພະນັກງານລັດແຕ່ຂັ້ນສູນກາງຫ້າທ້ອງຖິ່ນໃຫ້ສາມາດນຳໃຊ້ລະບົບຂໍ້ມູນຂ່າວສານແລະປັບປຸງບຸກຄະລາກອນໃຫ້ຮູ້ຈັກນຳໃຊ້ລະບົບບໍລິຫານລັດແບບລິຈິຕອນ. ຂະແໜງການກ່ຽວຂ້ອງສົມທົບກັບກະຊວງເຕັກໂນໂລຊີການສື່ສານແລະຂະແໜງການສຶກສາເພື່ອປັບປຸງຫຼັກສູດພັດທະນາພະນັກງານແລະສ້າງມາດຕະຖານດ້ານຄວາມຮູ້ເຕັກໂນໂລຊີດິຈິຕອນໃຫ້ພະນັກງານ-ລັດຖະກອນຂອງຕົ
  3. ຊຸກຍູ້ສະໜັບສະໜູນໃຫ້ສະຖາບັນການສຶກສາທຸກຊັ້ນທຸກສາຍຂອງທັງພາກລັດແລະເອກະຊົນຈັດການຮຽນການສອນແລະການຝຶກອົບຮົມທີ່ກ່ຽວຂ້ອງກັບການສ້າງຄວາມເປັນຊຽວຊານແລະທັກສະທາງດ້ານນິຈິຕອນສ້າງນະໂຍບາຍໃນການລົງທຶນເຂົ້າໃສ່ການຈັດຊື້-ຕິດຕັ້ງ ເຕັກໂນໂລຊີດິຈິຕອນໃນຂະແໜງການສຶກສາເປັນຕົ້ນແມ່ນ internet สำหรับนักศึกษาอุปกรณ์ ict ສຳລັບການສຶກສາປັບປຸງຫຼັກສູດແລະຮູບແບບການຮຽນ-ການສອນອອນລາ
  4. ສົ່ງເສີມສະໜັບສະໜູນໃຫ້ບັນດາບໍລິສັດເອກະຊົນພັດທະນາແຮງງານໃນໜ່ວຍງານອົງກອນທີ່ມີທັກສະດີຈິຕອນ
  5. ສ້າງປັບປຸງນະໂຍບາຍແລະກົນໄກເພື່ອດຶງດູດອຳນວຍຄວາມສະດວກໃນການເຂົ້າມາເຮັດວຽກຂອງບັນດາຊຽວຊານແລະນັກວິຊາການທີ່ມີຄວາມຮູ້ຄວາມສາມາດພອນສະຫວັນຄວາມຊຳນານທາງດ້ານ digital ເພື່ອເຮັດວຽກດຳເນີນທຸລະກິດຖ່າຍທອດຄວາມຮູ້ແລະປະສົບການທາງດ້ານເຕັກໂນໂລຢີທາງເພື່ອພັດທະນາສປປລາວ
  6. ສ້າງຄວາມເຂົ້າໃຈໃຫ້ກັບປະຊາຊົນທຸກກຸ່ມໂດຍສະເພາະແມ່ນຊາວໜຸ່ມຜູ້ສູງອາຍຸແລະຜູ້ດ້ອຍໂອກາດໃຫ້ມີຄວາມເຂົ້າໃຈນຳໃຊ້ເຕັກໂນໂລຊີຢ່າງປອດໄພຮູ້ທັນກັບໄພອັນຕະລາຍແລະນຳໃຊ້ໃຫ້ເກີດປະໂຫຍດແລະມີຄວາມຮັບຜິດຊອບຕໍ່ການນຳໃຊ້ໃນສັງຄົມ

ແຜນງານ 7

ສົ່ງເສີມການດຳເນີນທຸລະກິດ msme ແລະການບໍລິການ

  1. ສົ່ງເສີມການພັດທະນາ msme ໃນດ້ານການຄ້າດິຈິຕອນຜ່ານການຄ້າເອເລັກໂຕນິກດິຈິຕອນ ແລະສັງຄົມອອນລາຍທັງຕະຫຼາດພາຍໃນແລະຂະຫຍາຍໄປສູ່ຕະຫຼາດສາກົນ,
  2. ຊຸກຍູ້ການຫັນ MSME ໄປສູ່ການນຳໃຊ້ເຕັກໂນໂລຊີດິຈີຕອນໃນການເພິ່ມປະສິດທິພາບ, ຂະບວນການທາງທຸລະກິດ ແລະ ພັດທະນານະວັດຕະກຳສິນຄ້າ ແລະ ການບໍລິການທັງພາຍໃນ ແລະ ຂະຫຍາຍໄປສູ່ຕະຫຼາດສາກົນ
  3. ສົ່ງເສີມການພັດທະນາລະບົບສະໜັບສະໜູນການຄ້າອອນລາຍສຳລັບ msme ເຊັ່ນ: digital payment/Mico payment, Data pool, e-Trade, e-Invoice, Cybersecurity
  4. ກະຕູ້ນ msme ໃຫ້ໃຊ້ເຕັກໂນໂລຊີດິຈິຕ້ອນດ້ວຍການປະສານງານແລະຊຸກຍູ້ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງເຊັ່ນການໃຫ້ສິດປະໂຫຍດດ້ານພາສີການໃຫ້ທຶນສະໜັບສະໜູນການເຂົ້າຫາແຫຼ່ງທຶນ
  5. ສະໜັບສະໜູນໃຫ້ຜູ້ປະກອບການບໍລິການນຳໃຊ້ເຕັກໂນໂລຊີດິຈິຕ້ອນຫຼາຍຂື້ນພ້ອມທັງນຳໃຊ້ງ່າຍແລະປອດໄພໃນການເພີ່ມຄວາມອາດສາມາດຂອງການບໍລິການ
  6. ສຸກຍູ້ໃຫ້ເກີດທຸລະກິດການບໍລິການໃນຮູບແບບໃໝ່ໂດຍນຳໃຊ້ເຕັກໂນໂລຊີດິຈິຕອນໃນການດຳເນີນທຸລະກິດ
  7. ສະໜັບສະໜູນການພັດທະນາວັດນະຕະກຳການບໍລິການເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການໂດຍສະເພາະບໍລິການການທ່ອງທ່ຽວ
  8. ສົ່ງເສີມການພັດທະນາລະບົບຄຸ້ມຄອງບໍລິການຂະແໜງການບໍລິການເພື່ອໃຫ້ຜູ້ປະກອບການຂະໜາດກາງແລະນ້ອຍສາມາດເຂົ້າມານຳໃຊ້ໃນລາຄາຖືກ

ແຜນງານ 8

ສົ່ງເສີມການເພີ່ມປະສິດຕິພາບການຜະລິດດ້ວຍເຕັກໂນໂລຊີດິຈິຕອນ

  1. ສ້າງຄວາມເຂົ້າໃຈແລະຖອດຖອນຄວາມຮູ້ທາງດ້ານເຕັກໂນໂລຊີດິຈິຕອນທີ່ກ່ຽວຂ້ອງໂດຍສະເພາະການອອກແບບແລະການພັດທະນາລະບົບໃຫ້ຄຳປືກສາການເປັນຄູ່ຮ່ວມທຸລະກິດເຕັກໂນໂລຊີແລະຜູ້ປະກອບການໃນຂົງເຂດອຸດສາຫະກຳ
  2. ກະຕຸກສຸກຍູ້ຜູ້ປະກອບການທຸກຂະໜາດອຸດສາຫະກຳໃຫ້ລິເລີ່ມປັບຕົວເຂົ້າສູ່ເຕັກໂນໂລຊີດິຈິຕອນ
  3. ຊຸກຍູ້ການເພີ່ມຈຳນວນແລະຄຸນນະພາບຂອງກຳລັງແຮງງານໃນຂົງເຂດອຸດສາຫະກຳທີ່ມີທັກສະດ້ານດິຈິຕົ້ນສູງຂຶ້ນເພື່ອຮ້ອງຮັບຄວາມກ້າວໜ້າຂອງເຕັກໂນໂລຊີ

ແຜນງານ 9

ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍລະບົບເຕັກໂນໂລຊີດິຈິຕອນ

  1. ກະຕູນໃຫ້ເກີດການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການຜະລິດແລະບໍລິຫານຈັດການສິນຄ້າກະສິກຳເລີ່ມຕັ້ງແຕ່ການປູກຝັງການລ້ຽງສັດການເກັບກ່ຽວຜົນຜະລິດຈົນໄປເຖິງການບໍລິຫານຈັດການຕະຫຼອດຮອດການສ້າງມູນຄ່າແບບຕ່ອງໂສ້
  2. ສົ່ງເສີມການປ່ຽນກະສິກຳດັ້ງເດີມໄປສູ່ເປັນຜູ້ປະກອບການດິຈິຕອນທາງດ້ານກະສິກຳທີ່ເນັ້ນການນຳໃຊ້ເຕັກໂນໂລຊີລິຈິຕອນໃນການຄ້າການຕະຫຼາດໄປເຖິງຂະບວນການຈັດສົ່ງສິນຄ້າແລະການບໍລິການໃຫ້ຜູ້ບໍລິໂພກ
  3. ຊຸກຍູ້ປັບປຸງພັດທະນາແຫຼ່ງຮຽນຮູ້ດີຈິຕອນດ້ານກະສິກຳຄົບຖ້ວນຢ່າງໜ້າສົນໃຈແລະເຂົ້າໃຈງ່າຍປະຊາສຳພັນໃຫ້ຊາວກະສິກອນເຂົ້າເຖິງຂໍ້ມູນຂ່າວສານອົງຄວາມຮູ້ແລະສາມາດພັດທະນາອາຊີບໄດ້
  4. ส่งเสริมสนับสนุนการວິໄຈພັດທະນາຖ່າຍທອດເຕັກໂນໂລຊີນະວັດຕະກຳລິຈິຕອນດ້ານກະສິກຳເພື່ອຍົກລະດັບກະສິກຳແບບດັ້ງເດີມໄປສູ່ກະສິກຳຍຸກໃໝ່
  5. ສົ່ງເສີມສະໜັບສະໜູນການລົງທຶນຫັນໄປສູ່ກະສິກຳຍຸກໃໝ່ດ້ວຍເຕັກໂນໂລຊີດິຈິຕອນ

ແຜນງານ 10

ສ້າງລຳບົບໂລຊີດສະຕິກສຳລັບການພັດທະນາເສດຖະກິດດິຈິຕອນ

  1. ກຳນົດຄົງສ້າງລາຄາຂອງການບໍລິການລູຊິດສະຕິກແລະໄປສະນີບຸນພື້ນຖານການສ້າງຄວາມສະເໝີພາບແຫ່ງການແຂ່ງຂັນແລະການກະຕຸ້ນໃຫ້ເກີດມີການພັດທະນາບໍລິການຈັດສົ່ງເຖິງເຮືອນການບໍລິການສົ່ງເຄື່ອງຝາກທີ່ມີການຂຶ້ນທະບຽນແລະການນຳສົ່ງທັນເວລາການຮັບປະກັນເຄື່ອງຝາກແລະອື່ນໆ
  2. ສົ່ງເສີມການພັດທະນາການບໍລິການແບບເອເລັກໂຕນິກເພື່ອสามารถเสื่อมโยงເຂົ້າກັບລະບົບການຄ້າເອເລັກໂຕນິກເປັນຕົ້ນແມ່ນການຈັດການຂໍ້ມູນຂ່າວສານການຊຳລະແລະການຕິດຕາມກວດກາເຄື່ອງຝາກໄປສະນີ
  3. ສົ່ງເສີມການນຳໃຊ້ຕາໜ່າງໄປສະນີເພື່ອຊຳລະໃນການຄ້າເອເລັກໂຕນິກ atm post ແລະອື່ນໆ
  4. ສະໜັບສະໜູນການພັດທະນາເສດຖະກິດຢູ່ຊົນນະບົດຫຼືການນຳໃຊ້ຕາໜ່າງໂລຊິດສະຕິກແລະໄປສະນີໃນການສົ່ງເສີມການຄ້າແບບອີເລັກໂຕນິກໃນເຂດຊຸມຊົນ
  5. ນຳໃຊ້ຕານາງໂລຊິດສະຕິກແລະໄປສະນີໃນການບໍລິການຂໍ້ມູນຂ່າວສານແລະສິ່ງອຳນວຍຄວາມສະດວກຂອງລັດໃຫ້ແກ່ປະຊາຊົນ
  6. ນຳໃຊ້ຕານາງໂລຊິດສະຕິກແລະໄປສະນີໃນການຈັດສົ່ງແລະແຈກຢາຍຜະລິດຕະພັນກະສິກຳຈາກຜູ້ຜະລິດໄປສູ່ຜູ້ຊົມໃຊ້ໂດຍກົງ
  7. ຕານາງໂລຊິດສະຕິກແລະໄປສະນີໃນການເຊື່ອມໂຍງການພົວພັນແລະປ່ຽນຢູ່ຕົວເມືອງແລະຊົນນະບົດ
  8. ສ້າງຮ້ານຄ່າຜ່ານທາງເອເລັກໂຕນິກຢູ່ຫ້ອງການໄປສະນີ
  9. ສົ່ງເສີມການນຳໃຊ້ຕາໜ່າງໂລຊິດສະຕິກໄປສະນີການຈັດສົ່ງແລະການແຈກຢາຍສິນຄ້າທີ່ຊື້ຂາຍຜ່ານທາງເອເລັກໂຕນິກລະຫວ່າງເຈົ້າຂອງຮ້ານແລະຜູ້ຊື້
  10. ນຳໃຊ້ຫ້ອງການໄປສະນີເປັນບ່ອນວາງສະແດງແລະຈຳໜ່າຍສິນຄ້າຂອງຜູ້ປະກອບການຂະໜາດກາງແລະນ້ອຍ
  11. ສົ່ງເສີມການນຳໃຊ້ຕາໜ່າງການບໍລິການໂລຊິດສະຕິກແລະໄປສະນີເປັນຜູ້ຈັດສົ່ງສິນຄ້າຈາກຜູ້ປະກອບການໄປຫາຕະຫຼາດຈຳໜ່າຍ

ແຜນງານ 11

ສ້າງຄວາມປອດໄພທາງໄຊເບີ

  1. ສ້າງນິຕິກຳຄວບຄຸມການຮັກສາຄວາມໝັ້ນຄົງຄວາມປອດໄພທາງໄຊເບີເສີມຂະຫຍາຍຄວາມສາມາດຂອງໜ່ວຍງານຮັກສາຄວາມປອດໄພທາງໄຊເບີແລະການພັດທະນາກົນໄກການປົກປ້ອງໂຄງລ່າງພື້ນຖານທີ່ຈຳເປັນແລະພັດທະນາບຸກຄະລາກອນທາງດ້ານຄວາມປອດໄພທາງໄຊເບີ
  2. ພັດທະນາກົນໄກຄຸ້ມຄອງຜູ້ຊົມໃຊ້ໃນການດຳເນີນທຸລະກິດອອນລາຍພັດທະນາການເຝົ້າລະວັງຄວາມສ່ຽງຈາກການຕົວະຍົວະລອກລວງທາງດ້ານອ່ອນລາຍພັດທະນາຂະບວນການແກ້ໄຂຂໍ້ຜິດພາດທາງອອນລາຍ
  3. ພັດທະນາລະບົບການຢືນຢັນຕົວຕົນດິຈິຕອນເປັນຕົ້ນແມ່ນການຢັ້ງຢືນລາຍເຊັນອີເລັກໂຕນິກ
  4. ພັດທະນາໃຫ້ມີລະບົບເສື່ອມໂຍງການຢືນຢັນຕົວຕົນອີເລັກໂທນິກແຫ່ງຊາດ
  5. ພັດທະນາລະບົບເຝົ້າລະວັງຄວາມປອດໄພລະບົບບໍລິຫານລັດດ້ວຍເອເລັກໂຕນິກ
  6. ພັດທະນາສ້າງສູນອົບຮົມແລະຄົ້ນຄວ້າວິໄຈຄວາມປອດໄພທາງໄຊເບີ
  7. ພັດທະນາບຸກຄະລາກອນວຽກງານຄວາມປອດໄພທາງໃຝໄຊເບີເປັນຕົ້ນແມ່ນການດຳເນີນການຝຶກອົບຮົມສຳມະນາເຮັດກິດຈະກຳແລະເຜີຍແຜ່ວຽກງານຄວາມປອດໄພໄຊເບ
  8. ພັດທະນາເຄືອຂ່າຍຄວາມປອດໄພຂໍ້ມູນຂ່າວສານດິຈິຕອນຂອງສປປລາວ

ແຜນງານ 12

ກຽມຄວາມພ້ອມເພື່ອສ້າງເມືອງອັດສະລິຍະ

  1. ພົນລະເມືອງອັດສະລິຍະ(Smart People)ຍົກລະດັບ ການປົກຄອງເມືອງໃຫ້ສາມາດນຳໃຊ້ເຕັກໂນໂລຊີດິຈິຕອນໃນການວາງແຜນພັດທະນາເມືອງແລະເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ປະຊາຊົນໃນເມືອງສາມາດນຳໃຊ້ເຕັກໂນໂລຊີລິດທີ່ຕ້ອນໃຫ້ເກີດປະໂຫຍດແກ່ປະຊາຊົນ
  2. ເສດຖະກິດອັດສະລິຍະສຸກຍູ້ໃຫ້ເມືອງເປັນສູນກາງທຸລະກິດດ້ານໃດໜຶ່ງຂອງຂະແໜງເສດຖະກິດບຸນພື້ນຖານການນຳໃຊ້ນະວັດຕະກຳດິຈິຕອນ
  3. ການປົກຄອງອັດສະລີຍະພັດທະນາລະບົບການບໍລິຫານຂອງພາກລັດຂອງອຳນວຍການປົກຄອງເມືອງໃຫ້ມີສູນຂໍ້ມູນໃຫ້ປະຊາຊົນສາມາດເຂົ້າເຖິງໄດ້ເພີ່ມຊ່ອງທາງໃນການມີສ່ວນຮ່ວມແລະເຂົ້າເຖິງຂໍ້ມູນບໍລິການສາທາລະນະຂອງຕົວເມືອງ
  4. ລະບົບການຂົນສົ່ງການສື່ສານອັດສະລີຍະພັດທະນາລະບົບການຂົນສົ່ງທີ່ປອດໄພແລະປະຢັດພະລັງງານພ້ອມທັງໃຫ້ມີລະບົບການແນະນຳແລະສະໜອງຂໍ້ມູນກ່ຽວກັບເສັ້ນທາງຈາລະຈອນ
  5. ສິ່ງແວດລ້ອມອັດສະລິຍະພັດທະນາລະບົບບໍລິຫານຈັດການສິ່ງແວດລ້ອມແລະພະລັງງານດ້ວຍການນຳໃຊ້ເຕັກໂນໂລຊີດິຈິຕອນໃຫ້ສະຖານທີ່ເປົ້າໝາຍການພັດທະນາສ້າງໃຫ້ປະຊາຊົນມີຊົ່ວນຮ່ວມໃນການອະນຸລັກຊັບພະຍາກອນທຳມະຊາດ
  6. ການດຳລົງຊີວິດອັດສະລິຍະສະໜັບສະຫນູນລະບົບການບໍລິການທີ່ອຳນວຍຄວາມສະດວກຕໍ່ການດຳລົງຊີວິດຂອງປະຊາຊົນເປັນຕົ້ນແມ່ນການຮັກສາສຸຂະພາບການສຶກສາແລະບັນຫາອາດຊະຍາກຳທາງສັງຄົມ

ແຜນງານ 13

ການສ້າງກອງທຶນພັດທະນາໂທລະຄົມແລະການຫັນເປັນດິຈິຕອນ

  1. ການພັດທະນາແລະຂະຫຍາຍໂຄງລ່າງພື້ນຖານການໂທລະຄົມມະນາຄົມແລະອິນເຕີເນັດໄປສູ່ເຂດສາມສ້າງ, ເຂດພູດອຍແລະເຂດຫ່າງໄກສອກຫຼີກ
  2. ອຸດໜຸນແລະຊ່ວຍເຫຼືອປັບລາຄາຄ່າອິນເຕີເນັດແລະອຸປະກອນ ict ຕ່າງໆໃຫ້ມີລາຄາທີ່ສາມາດຊົມໃຊ້ໄດ້ໃນການສຶກສາແລະສາທາລະນະສຸກ
  3. ສຸກຍູ້ນະວັດຕະກຳແລະເຕັກໂນໂລຊີດິຈິຕົ້ນທີ່ຊ່ວຍເພີ່ມຂີດຄວາມສາມາດການແຂ່ງຂັນທາງດ້ານເສດຖະກິດ
  4. ການສ້າງນະວັດຕະກຳແລະເຕັກໂນໂລຊີດິຈິຕົ້ນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນແລະຫຼຸດຜ່ອນສອງຫວ່າງການບໍລິການລະຫວ່າງຕົວເມືອງແລະຊົນນະບົດ
  5. ສຶກສາອົບຮົມຄວາມຮູ້ແລະທັກສະວິຈິຕອນທີ່ເໝາະສົມໃຫ້ແກ່ຜົນລະເມືອງໃນທຸກພາກສ່ວນ
  6. ພັດທະນາຂະບວນການເຮັດວຽກແລະການບໍລິການຂອງລັດດ້ວຍເຕັກໂນໂລຊີດິຈິຕອນແລະການນຳໃຊ້ຂໍ້ມູນຂ່າວສານເພື່ອເຮັດໃຫ້ການປະຕິບັດງານມີຄວາມໂປ່ງໃສມີປະສິດທິພາບແລະປະສິດທິຜົນ

ແຜນງານ 14

ການຮ່ວມມືດ້ານດິຈິຕອນກັບຕ່າງປະເທດ

  1. ພົວພັນຮ່ວມມືຮອບດ້ານກັບບັນດາປະເທດຄູ່ຮ່ວມມືຍຸດທະສາດເປັນຕົ້ນແມ່ນສປຈີນສສຫວຽດນາມແລະເສຍເພື່ອແລກປ່ຽນບົດຮຽນແລະດຶງດູດການລົງທຶນການຫັນເປັນ digital ການສ້າງເສດຖະກິດດິຈິຕອນແລະການພັດທະນາເຕັກໂນໂລຊີ digital
  2. ຜັນຂະຫຍາຍການຮ່ວມມືໃນຂອບການຮ່ວມມືອາຊຽນຕາມແຜນແມ່ນເສື່ອມໂຍງເຊື່ອມຈອດອາຊຽນ 2025 , ແຜນແມ່ບົດດີຕິດຕອນອາຊຽນ 25 2017-2025 ແລະແຜນການອື່ນໆເພື່ອສ້າງການເຊື່ອມໂຍງທາງດິຈິຕອນລະຫວ່າງສປປລາວມີສາດ ແລະ ການເຊື່ອມໂຍງໂທລະຄົມມະນາຄົມແລະອິນເຕີເນັດເສັ້ນທາງລົດໄຟລາວຫາຈີນເສັ້ນທາງດ່ວນລາວ-ຈີນລາວ-ຫວຽດນາມແລະອື່ນໆ
  3. ຮ່ວມມືກັບບັນດາອົງການຈັດຕັ້ງສາກົນເປັນຕົ້ນແມ່ນອົງການສະຫະປະຊາຊາດສະຫະພາບໂທລະຄົມມະນາຄົມສາກົນອົງການໂທລະຄົມອາຊີ-ປາຊີຟີກທີ່ຕິດພັນກັບການວາງແຜນແລະການພັດທະນາຊັບພະຍາກອນມະນຸດໃນຂົງເຂດການພັດທະນາດິຈິຕອນ
  4. ເລືອກເສັ້ນການຮ່ວມມືແລະການນຳໃຊ້ເຕັກໂນໂລຊີຂັ້ນສູງແລະການບໍລິການຕ່າງໆຈາກສະຫະພາບເອີ 6 ປະເທດສະຫະລັດອາເມລິກາຍີ່ປຸ່ນ ສ ເກົາຫຼີອິນເດຍອຸດສະຕາລີບັນດາປະເທດພັດທະນາແລ້ວເພື່ອດຶງດູດການລົງທຶນແລະການສ້າງລະບົບນິເວດຕ່າງໆ
  5. ຊອກຫາແຫຼ່ງທຶນຈາກບັນດາສະຖາບັນການເງິນຂອງສາກົນເປັນຕົ້ນແມ່ນທະນາຄານໂລກທະນາຄານພັດທະນາອາຊີທະນາຄານລົງທຶນໂຄງລ່າງພື້ນຖານອາຊີແລະອື່ນໆເພື່ອເປັນແຫຼ່ງທຶນໃນການພັດທະນາເສດຖະກິດດິຈິຕອນ
  6. ສ້າງເງື່ອນໄຂອຳນວຍຄວາມສະດວກແລະກົນໄກການຮ່ວມມືພາກລັດພາກເອກະຊົນທັງພາຍໃນແລະຕ່າງປະເທດໃນການຫັນເປັນດິຈິຕອນການສ້າງເສດຖະກິດດິຈິຕອນການສ້າງລັດຖະບານ digital
  7. ສ້າງເງື່ອນໄຂອຳນວຍຄວາມສະດວກແລະດຶງດູດການລົງທຶນບໍລິສັດໃຫຍ່ຫຼືບັນດາບໍລິສັດລິເລີ່ມຂອງພາກພື້ນແລະສາກົນເພື່ອເຂົ້າມາລົງທຶນຢູ່ສປປລາວເປັນຕົ້ນແມ່ນບັນດາບໍລິສັດການຄ້າເອເລັກໂທນິກແລະບັນດາບໍລິສັດຂົນສົ່ງ-ຈັດສົ່ງເຄື່ອງບໍລິສັດການເງິນອິເລັໂຕຣນິກແລະອື່ນໆສປປລາວ

ຮ່ວມແຮງຮ່ວມໃຈ


ໃນການຫັນເປັນດິຈິຕອນ

mtc-logodigitalweek-logodev-tour-laos-logolailaolab-logo

ອອກແບບ ແລະ ພັດທະນາໂດຍ: ເກດສະດາພອນ ບຸດປານີດາ